HomeDirections for Use Directions for Use ຢາຂ້າຫຍ້າແບບເຜົາໄໝ້ ອ່ານຄູ່ມື ຢາຂ້າຫຍ້າແບບດູດຊຶມ ອ່ານຄູ່ມື × ການນຳໃຊ້ ຄຳແນະນຳແລະການປ້ອງກັນ ການຊ່ວຍເຫຼືອເບື້ອງຕົ້ນ ການຈັດເກັບແລະຂົນສົ່ງ ຜູ້ຜະລິດ ປະລິມານນຳໃຊ້ ໃຊ້ຢາ 150-200 ml ຕໍ່ກັບນ້ຳ 20ລິດ ສີດພົ່ນໃສ່ກົກແລະໃບຫຍ້າ ດິນເປົ່າວ່າງ ສວນມັນຕົ້ນ ສວນກ້ວຍ ສວນຢາງພາລາ ຜະລິດຕະພັນນີ້ເປັນຢາຂ້າຫຍ້າທີ່ບໍ່ຈຳແນກພືດ, ສະນັ້ນຄວນລະມັດລະວັງບໍ່ໃຫ້ຢາໄປຖືກພືດຜົນອື່ນ ຜະລິດຕະພັນນີ້ບໍ່ສາມາດປະສົມກັບສານທີ່ເປັນດ່າງ, ຄວນຫຼີກລ້ຽງການປະສົມກັບຜະລິດຕະພັນອື່ນ(ໂດຍສະເພາະຢາຂ້າແມງໄມ້) ເພື່ອຜົນລັບທີ່ດີຄວນສີດພົ່ນຢາເມື່ອມີແສງແດດອອກແລະບໍ່ມີຝົນ 6ຊົ່ວໂມງຫຼັງສີດ ຕຸກຢາທີ່ໃຊ້ໝົດແລ້ວຕ້ອງໃຫ້ທຳລາຍຢ່າງຖືກວິທີ ບໍ່ຄວນເກັບໄວ້ເພື່ອຈຸດປະສົງອື່ນຫຼືຖິ້ມຊະຊາຍ ຄວນໃສ່ເສື້ອແຂນຍາວ, ຖົງມື ແລະ ໜ້າກາກປ້ອງກັນທຸກຄັ້ງ ຫ້າມສູບຢາໃນຂະນະທີ່ກຳລັງປະສົມຫຼືສີດພົ່ນ ກໍລະນີລະອອງຢາເຂົ້າດັງ ໃຫ້ຟ້າວຍ້າຍໄປຢູ່ຈຸດທີ່ອາກາດຖ່າຍເທດີ ເພື່ອໃຫ້ຫາຍໃຈສະດວກ ກໍລະນີເຂົ້າຕາ ຄວນຟ້າວໄປລ້າງດ້ວຍນ້ຳສະອາດທັນທີ ກໍລະນີຖືກກິນແມ່ນໃຫ້ໄປບ້ວນປາກດ້ວຍນ້ຳສະອາດ ແລະ ຄວນໄປພົບແພດໂດຍທັນທີ ຄວນເກັບຮັກສາໄວ້ໃນທີ່ແຫ້ງ,ອາກາດຖ່າຍເທດີ,ກັນຝົນ,ຫ່າງໄກຈາກເຊື້ອເພີງຫຼືຄວາມຮ້ອນແລະເດັກນ້ອຍ ບໍ່ສາມາດຂົນສົ່ງຮ່ວມກັບອາຫາ,ເຄື່ອງດື່ມ,ເມັດພັນພືດແລະອາຫານສັດ ຄວນແພັກຫຼືຈັດເກັບໃຫ້ມິດຊິດລະວ່າງຂົນສົ່ງ ຫ້າມສູບຢາໃຫ້ສິນຄ້າ,ຄວນເກັບໃຫ້ຫ່າງຈາກຄວາມຊື້ນແລະແສງແດດ ຜູ້ຜະລິດ : Anhui Baizhao Richland Co.,Ltd ຢູ່ທີ່ : Room 309, Building 1, No5 East Qianshui Road, High-tech District, Hefei, Anhui Province, P.R. China ຜູ້ນຳເຂົ້າ : Huamchai Agriculture Sole Co., Ltd ຢູ່ທີ່ : ບ້ານໜອງບົວທອງ, ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກ ສປປ ລາວ