ກ໊າສເອທີລີນແມ່ນຫຍັງ ? ເອທີລີນ (Ethylene) ແມ່ນກ໊າສທຳມະຊາດຊະນິດໜຶ່ງທີ່ພືດສາມາດສ້າງຂຶ້ນເອງໄດ້ ມີໜ້າທີ່ສຳຄັນໃນການເຕີບໂຕຂອງພືດ, ໂດຍສະເພາະຂະບວນການສຸກຂອງໝາກໄມ້ ເຊັ່ນ : ກ້ວຍ, ໝາກມ່ວງ ແລະ ໝາກຫຸ່ງ. ເມື່ອໝາກໄມ້ເລີ່ມສຸກ ພືດຈະສ້າງເອທີລີນເພີ່ມຂຶ້ນ ເອທີລີນຈະເຮັດໜ້າທີ່ເປັນສັນຍານເພື່ອກະຕຸ້ນໃຫ້ໝາກໄມ້ເກີດການປ່ຽນແປງເຊັ່ນ: ປ່ຽນສີ, ເນື້ອເລີ່ມນິ້ມ ແລະ ມີລົດຫວານເພີ່ມຂຶ້ນ, ໝາກໄມ້ບາງຊະນິດຍັງສາມາດປ່ອຍເອທີລີນອອກມາ ແລະ ກະຕຸ້ນໃຫ້ໝາກໄມ້ອື່ນສຸກໄວຂຶ້ນ ດັ່ງນັ້ນຖ້າຕ້ອງການເກັບໝາກໄມ້ໃຫ້ໄດ້ດົນຂຶ້ນ ບໍ່ຄວນວາງໝາກໄມ້ທີ່ສຸກແລ້ວຮ່ວມກັບໝາກໄມ້ທີ່ຍັງບໍ່ສຸກ.…
ອ່ານຕໍ່ >> Read moreມາຮູ້ຈັກກັບ ຄໍຣໍຟິວ Chlorophyll ທາດສີຂຽວຂອງພືດ
➀ (Chlorophyll) ຄໍໂຣຟິວແມ່ນຫຍັງ ? ⌲ ຄໍໂຣຟິວແມ່ນທາດສີຂຽວທີ່ພົບເຫັນຫຼາຍໃນໃບຂອງພືດ ນອກນັ້ນຍັງພົບເຫັນໃນລຳຕົ້ນ ດອກ ແລະ ໝາກ ຄໍໂຣຟິວຍັງມີຢູ່ໃນສາຫຼ່າຍທຸກຊະນິດ ➁ ມີຄວາມສຳຄັນຫຍັງຕໍ່ພືດ ? ⌲ ຄໍໂຣຟິວແມ່ນມີຄວາມສຳຄັນຫຼາຍຕໍ່ການສັງເຄາະແສງເຊີ່ງເປັນຂະບວນການທີ່ພືດສ້າງອາຫານຈາກແສງຕາເວັນ, ນ້ຳ ແລະ ຄາບອນໄດອ໊ອກໄຊ ໂດຍຄໍໂຣຟິວຈະດູດຊັບພະລັງງານແສງຕາເວັນແລ້ວໃຊ້ພະລັງງານດັ່ງກ່າວປ່ຽນຄາບອນໄດອ໊ອກໄຊ ແລະ ນ້ຳໃຫ້ກາຍເປັນນ້ຳຕານກລູໂຄສ (Glucose) ເຊີ່ງຈະໃຊ້ໃນການຈະເລີນເຕີບໂຕຕໍ່ໄປ ➂…
ອ່ານຕໍ່ >> Read more