➀ RRE ຫຼື Reborn roots ecosystem ແມ່ນຫຍັງ ?
➁ ແຕກຕ່າງຈາກການກັນຮ້ອນທົ່ວໄປແບບໃດ໋ ?
⌲ Reborn roots ecosystem ເປັນການສ້າງລະບົບນິເວດຈຳລອງຕາມທຳມະຊາດ (ເຊິ່ງໂດຍທົ່ວໄປແລ້ວຕາມທຳມະຊາດຈະມີການຖັບຖົມກັນຂອງຊາກພືດຊາກສັດແລະອື່ນໆ ຫຼື ເອິ້ນວ່າການບົມດິນ) ເຊິ່ງເປັນການກັກເກັບຈຸລິນຊີທີ່ເປັນປະໂຫຍດໄປໃນຕົວ ສາມາດເຮັດໃຫ້ລະບົບນິເວດເທິງໜ້າດິນມີຄວາມອຸດົມສົມບູນ ເຮັດໃຫ້ພືດສາມາດດູດຊຶມສານອາຫານໄດ້ງ່າຍຊ່ວຍຫຼຸດການໃຊ້ປຸ໋ຍແລະສານເຄມີ.

ນອກນັ້ນຍັງເປັນການກະຕຸ້ນການເກີດຮາກໃໝ່ໃຫ້ແກ່ພືດ ( ໂດຍສະເພາະຖຸລຽນ ) ເຮັດໃຫ້ຮາກລອຍຂຶ້ນເທິງໜ້າດິນເພື່ອຫາອາຫານ ແລະ ການເຮັດ Reborn roots ecosystem ຍັງຊ່ວຍກັກເກັບຄວາມຊຸ່ມໄດ້ດີ ແລະ ຍັງຊ່ວຍຈຳກັດວັດຊະພືດບໍລິເວນອ້ອມໂຄນຕົ້ນໄດ້ດີອີກດ້ວຍ

⌲ ແຕກຕາກຈ່າງກັນຮ້ອນທົ່ວໄປແນວໃດ໋ ?
ການກັນຮ້ອນທົ່ວໄປແມ່ນຈະນຳຊາກພືດ ມາວາງອ້ອມໂຄນຕົ້ນເພື່ອກັກເກັບຄວາມຊຸ່ມແລະວັດຊະພືດ ເມື່ອມີການຖັບຖົມຈຳນວນຫຼາຍ ຫຼື ເມື່ອພືດເນົ່າເປື່ອຍຈະເຮັດໃຫ້ມີຄວາມໜາແໜ້ນ ( ຄວາມແຈບຈົມ ) ເຮັດໃຫ້ບໍ່ມີຊ່ອງວ່າງໃຫ້ອາກາດເຂົ້າ ເຊິ່ງມີຜົນຕໍ່ຮາກອາກາດຂອງພືດ( ຮາກລອຍທີ່ຫາກິນອາຫານໂດຍສະເພາະຖຸລຽນ )
⌲ ສ່ວນ Reborn roots ecosystem ແມ່ນຈະນຳເອົາທ່ອນໄມ້ ຫຼື ໄມ້ໃຜມາວາງອ້ອມຕົ້ນຄ້າຍຮັງນົກກ່ອນຄ່ອຍນຳຊາກພືດວາງທັບເພື່ອໃຫ້ດ້ານລຸ່ມມີຄວາມໂລ່ງອາກາດຖ່າຍເທດີແລະຍັງສາມາດກັກເກັບຄວາມຊຸ່ມແລະຄຸມວັດຊະພືດໃນໂຕ.

ຂໍ້ມູນອ້າງອີງແຫລ່ງທີ່ມາຈາກ : https://web.facebook.com/share/p/1EBVAzXUwY/
