ມື້ນີ້ເຮົາຈະພາທຸກທ່ານມາຮູ້ຈັກກັບສູດຂອງປຸ໋ຍໄປພ້ອມໆກັນ
ປຸ໋ຍ N-P-K ແມ່ນຫຍັງ ?
ປຸ໋ຍແຕ່ລະໂຕມີຄວາມສຳຄັນແລະມີຜົນຫຍັງຕໍ່ພືດ ?
ມື້ນີ້ແອັດມິນຈະມາໃຫ້ຄວາມຮູ້ເລັກໆໜ້ອຍໆສຳລັບບຸກຄົນໃດ໋ທີ່ກຳລັງສຶກສາການເຮັດກະເສດ ຫຼື ໃຜທີ່ບໍ່ທັນຮູ້ ເຮົາຈະມາສຶກສາໄປພ້ອມໆກັນເລີຍ.
N-P-K ແມ່ນສັນຍາລັກທາງເຄມີເຊິ່ງປະກອບມີທາດຫຼັກຢູ່ 3 ທາດທີ່ຈໍາເປັນສໍາລັບການຈະເລີນເຕີບໂຕຂອງພືດໄດ້ແກ່ :
– N ໄນໂຕຣເຈນ ບຳລຸງໃບ ສັງເຄາະແສງ ສ້າງຄໍໂຣຟິວ (ທາດສີຂຽວ). ບຳລຸງລຳຕົ້ນຊ່ວຍໃນການຈະເລີນເຕີບໂຕ ລຳຕົ້ນແຂງແຮງສົມບູນ
ກໍລະນີຂາດທາດ ໃບນ້ອຍ ໃບເຫຼືອ ລຳຕົ້ນບໍ່ເຕີບໃຫຍ່ ຕົ້ນແຄະ
– P ຟອສຟໍຣັສ ກະຕຸ້ນການອອກດອກ ກະຕຸ້ນການອອກໝາກ ມີສ່ວນຊ່ວຍໃນການປະສົມເກສອນ. ເສີມສ້າງຮາກ ການແຕກຮາກ ຊ່ວຍໃຫ້ຮາກດູດຊຶມທາດອາຫານໄດ້ດີ
ກໍລະນີຂາດທາດ ໃບແກ່ຈະປ່ຽນສີຈາກຂຽວເປັນສີມ່ວງ ແລ້ວກາຍເປັນສີນ້ຳຕານ
– K ໂພແທດຊຽມ ຊ່ວຍໃນການສັງເຄາະນ້ຳຕານ ແປ້ງ ໂປຣຕີນເຊິ່ງມີຜົນຕໍ່ ຂະໜາດຂອງໝາກ ສີສັນ ລົດຊາດຂອງໝາກໄມ້
ກໍລະນີຂາດທາດ ຈະມີຮອຍໄໝ້ຕາມຂອບໃບ ແລ້ວກາຍເປັນໃບເຫຼືອງ

ວິທີອ່ານຕົວເລກ N-P-K
ຕົວເລກເຊັ່ນ 15-15-15 ຫຼື 13-13-21 ແມ່ນປະລິມານຂອງປຸ໋ຍ ໂດຍລຽງຕາມລຳດັບ N-P-K.
ຕົວຢ່າງ:
15-15-15
ໝາຍເຖິງ:
- 15% Nitrogen (N)
- 15% Phosphate (P₂O₅)
- 15% Potash (K₂O)
ດັ່ງນັ້ນຖ້າມີປຸ໋ຍ 50kg ຈະມີ 15% N ແລະ ມີຄ່າ 15% P ແລະ 15% K ຂອງນ້ຳໜັກ ແລະ ສ່ວນທີ່ເຫຼືອແມ່ນສ່ວນປະກອບອື່ນໆຕາມແຕ່ລະຍີ່ຫໍ້ແຕກຕ່າງກັນ
