➀ (Chlorophyll) ຄໍໂຣຟິວແມ່ນຫຍັງ ?
⌲ ຄໍໂຣຟິວແມ່ນທາດສີຂຽວທີ່ພົບເຫັນຫຼາຍໃນໃບຂອງພືດ ນອກນັ້ນຍັງພົບເຫັນໃນລຳຕົ້ນ ດອກ ແລະ ໝາກ ຄໍໂຣຟິວຍັງມີຢູ່ໃນສາຫຼ່າຍທຸກຊະນິດ
➁ ມີຄວາມສຳຄັນຫຍັງຕໍ່ພືດ ?
⌲ ຄໍໂຣຟິວແມ່ນມີຄວາມສຳຄັນຫຼາຍຕໍ່ການສັງເຄາະແສງເຊີ່ງເປັນຂະບວນການທີ່ພືດສ້າງອາຫານຈາກແສງຕາເວັນ, ນ້ຳ ແລະ ຄາບອນໄດອ໊ອກໄຊ ໂດຍຄໍໂຣຟິວຈະດູດຊັບພະລັງງານແສງຕາເວັນແລ້ວໃຊ້ພະລັງງານດັ່ງກ່າວປ່ຽນຄາບອນໄດອ໊ອກໄຊ ແລະ ນ້ຳໃຫ້ກາຍເປັນນ້ຳຕານກລູໂຄສ (Glucose) ເຊີ່ງຈະໃຊ້ໃນການຈະເລີນເຕີບໂຕຕໍ່ໄປ
➂ ຖ້າພືດຂາດຄໍໂຣຟິວຈະເປັນແນວໃດ ?
⌲ ພືດຈະບໍ່ສາມາດສັງເຄາະແສງໄດ້ເຕັມທີ່
⌲ ພືດຈະສະງັກການຈະເລີນເຕີບໂຕ
⌲ ໃບຈະເຫຼືອງ ໃບຫຼົ່ນ
⌲ ແລະຕາຍໃນທີ່ສຸດ
ຮູບຕົວຢ່າງພືດທີ່ຂາດ Chlorophyll

ສະຫຼຸບທາດທີ່ມີຄວາມສຳຄັນໃນການເສີມສ້າງຄໍໂຣຟິວໄດ້ແກ່ແມັກນີຊຽມ (Mg) ເຊີ່ງຢູ່ທາງກາງຂອງໂຄງສ້າງແລ້ວມີທາດອື່ນໆເຊັ່ນ : ໄນໂຕຣເຈນ (N ) ອົກຊີ (O) ແລະ ຄາບອນ (C) ອ້ອມຮອບ. ຖ້າຂາດແມັກນີຊຽມທາດຕ່າງໆກໍ່ບໍ່ສາມາດຈັບໂຕກັນເປັນຄໍໂຣຟິວໄດ້ ຖ້າໃຫ້ທາດແມັກນີຊຽມ ແລະ ໄນໂຕຣເຈນໃນປະລິມານທີ່ເໝາະສົມພືດຈະມີໃບທີ່ຂຽວງາມ ແລະ ສົມບູນ. ຢ່າງໃດກໍ່ຕາມທຸກທາດຍ່ອມມີຄວາມສຳຄັນຄວນໃຫ້ທາດອາຫານທີ່ສະໝ່ຳາສະເໝີແກ່ພືດ ເພື່ອໃຫ້ພືດໄດ້ເຕີບໂຕຢ່າງຕໍ່ເນື່ອງ
