ກ໊າສເອທີລີນ ແລະ ການສຸກຂອງໝາກໄມ້

ກ໊າສເອທີລີນແມ່ນຫຍັງ ?

ເອທີລີນ (Ethylene) ແມ່ນກ໊າສທຳມະຊາດຊະນິດໜຶ່ງທີ່ພືດສາມາດສ້າງຂຶ້ນເອງໄດ້ ມີໜ້າທີ່ສຳຄັນໃນການເຕີບໂຕຂອງພືດ, ໂດຍສະເພາະຂະບວນການສຸກຂອງໝາກໄມ້ ເຊັ່ນ : ກ້ວຍ, ໝາກມ່ວງ ແລະ ໝາກຫຸ່ງ. ເມື່ອໝາກໄມ້ເລີ່ມສຸກ ພືດຈະສ້າງເອທີລີນເພີ່ມຂຶ້ນ ເອທີລີນຈະເຮັດໜ້າທີ່ເປັນສັນຍານເພື່ອກະຕຸ້ນໃຫ້ໝາກໄມ້ເກີດການປ່ຽນແປງເຊັ່ນ: ປ່ຽນສີ, ເນື້ອເລີ່ມນິ້ມ ແລະ ມີລົດຫວານເພີ່ມຂຶ້ນ, ໝາກໄມ້ບາງຊະນິດຍັງສາມາດປ່ອຍເອທີລີນອອກມາ ແລະ ກະຕຸ້ນໃຫ້ໝາກໄມ້ອື່ນສຸກໄວຂຶ້ນ ດັ່ງນັ້ນຖ້າຕ້ອງການເກັບໝາກໄມ້ໃຫ້ໄດ້ດົນຂຶ້ນ ບໍ່ຄວນວາງໝາກໄມ້ທີ່ສຸກແລ້ວຮ່ວມກັບໝາກໄມ້ທີ່ຍັງບໍ່ສຸກ.

ໃນພາກກະສິກຳ ເອທີລີນຖືກນຳມາໃຊ้ໃນການຄວບຄຸມ ແລະ ຈັດການການສຸກຂອງໝາກໄມ້ຫຼັງການເກັບກ່ຽວ ເຊີ່ງຊ່ວຍໃຫ້ສາມາດວາງແຜນການຂົນສົ່ງ ແລະ ການຈຳໜ່າຍຜົນຜະລິດໄດ້ເໝາະສົມ. ນອກຈາກນັ້ນ ເອທີລີນຍັງມີບົດບາດຕໍ່ການຫຼົ່ນຂອງໃບ, ດອກ ແລະ ໝາກຂອງພືດ ລວມເຖິງການຕອບສະໜອງຂອງພືດເມື່ອພົບກັບຄວາມຄຽດ ຫຼື ໄດ້ຮັບຄວາມເສຍຫາຍ.

ໃນຊີວິດປະຈຳວັນ ພວກເຮົາຈຶ່ງພົບກັບປະກົດການທີ່ກ່ຽວກັບເອທີລີນໄດ້ງ່າຍກວ່າທີ່ຄິດ ຕັ້ງແຕ່ໝາກໄມ້ທີ່ກຳລັງສຸກຢູ່ໃນເຮືອນ ໄປຈົນເຖິງການຈັດການຜົນຜະລິດໃນໂຮງຄັດບັນຈຸ. ນອກຈາກດ້ານກະສິກຳແລ້ວ ເອທີລີນຍັງເປັນວັດຖຸດິບສຳຄັນໃນອຸດສາຫະກຳປິໂຕເຄມີ ໂດຍນຳໄປໃຊ້ຜະລິດພາດສະຕິກເຊັ່ນ: ໂພລີເອທີລີນ (Polyethylene ຫຼື PE) ແລະ ສານເຄມີອື່ນໆອີກຫຼາຍຊະນິດ ດັ່ງນັ້ນເຖິງແມ່ນເອທີລີນຈະເປັນພຽງກ໊າຊທີ່ບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ແຕ່ກໍມີບົດບາດສຳຄັນຕໍ່ພືດ, ການກະສິກຳ ແລະ ອຸດສາຫະກຳຮອບຕົວເຮົາ.

ປະຈຸບັນໄດ້ມີການສັງເຄາະເອທີລີນອອກມາໃຊ້ໃນຮູບແບບຂອງສານ ເອທີຟອນ ຢ່າງແພ່ຫຼາຍໃນພາກສ່ວນກະສິກຳເຊັ່ນ : ທີ່ເຮົາຮູ້ຈັກກັນໃນນາມ ຢາປ້າຍຂວັ້ນໝາກໄມ້ ເພື່ອເພິ່ມປະລິມານເອທີລີນໃຫ້ກັບໝາກໄມ້ ກະຕຸ້ນໃຫ້ໝາກໄມ້ສຸກໄວກວ່າປົກກະຕິ

ຮູບພາບຢ່າງ

ແຫຼ່ງທີ່ມາ : https://koolkaset.com/wp-content/uploads/2025/10/LINE_ALBUM_%E0%B8%A3%E0%B8%B9%E0%B8%9B%E0%B8%9A%E0%B8%B3%E0%B8%A3%E0%B8%B8%E0%B8%87%E0%B9%80%E0%B8%94%E0%B8%B5%E0%B9%88%E0%B8%A2%E0%B8%A7_251013_1.jpg

Related Post

ຂຽນຄຳຕອບກັບ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *