ທ່ານຮູ້ຈັກຫຍັງກ່ຽວກັບປຸ໋ຍແນ່ ? N-P-K ແມ່ນຫຍັງ ?

ມື້ນີ້ເຮົາຈະພາທຸກທ່ານມາຮູ້ຈັກກັບສູດຂອງປຸ໋ຍໄປພ້ອມໆກັນ ປຸ໋ຍ N-P-K ແມ່ນຫຍັງ ? ປຸ໋ຍແຕ່ລະໂຕມີຄວາມສຳຄັນແລະມີຜົນຫຍັງຕໍ່ພືດ ? ມື້ນີ້ແອັດມິນຈະມາໃຫ້ຄວາມຮູ້ເລັກໆໜ້ອຍໆສຳລັບບຸກຄົນໃດ໋ທີ່ກຳລັງສຶກສາການເຮັດກະເສດ ຫຼື ໃຜທີ່ບໍ່ທັນຮູ້ ເຮົາຈະມາສຶກສາໄປພ້ອມໆກັນເລີຍ. N-P-K ແມ່ນສັນຍາລັກທາງເຄມີເຊິ່ງປະກອບມີທາດຫຼັກຢູ່ 3 ທາດທີ່ຈໍາເປັນສໍາລັບການຈະເລີນເຕີບໂຕຂອງພືດໄດ້ແກ່ : – N ໄນໂຕຣເຈນ ບຳລຸງໃບ ສັງເຄາະແສງ ສ້າງຄໍໂຣຟິວ (ທາດສີຂຽວ). ບຳລຸງລຳຕົ້ນຊ່ວຍໃນການຈະເລີນເຕີບໂຕ ລຳຕົ້ນແຂງແຮງສົມບູນ…

ອ່ານຕໍ່ >> Read more

ການເຮັດ RRE ຫຼື Reborn Root Ecosystem ໃຫ້ຕົ້ນຖຸລຽນ

➀ RRE ຫຼື Reborn roots ecosystem ແມ່ນຫຍັງ ? ➁ ແຕກຕ່າງຈາກການກັນຮ້ອນທົ່ວໄປແບບໃດ໋ ? ⌲ Reborn roots ecosystem ເປັນການສ້າງລະບົບນິເວດຈຳລອງຕາມທຳມະຊາດ (ເຊິ່ງໂດຍທົ່ວໄປແລ້ວຕາມທຳມະຊາດຈະມີການຖັບຖົມກັນຂອງຊາກພືດຊາກສັດແລະອື່ນໆ ຫຼື ເອິ້ນວ່າການບົມດິນ) ເຊິ່ງເປັນການກັກເກັບຈຸລິນຊີທີ່ເປັນປະໂຫຍດໄປໃນຕົວ ສາມາດເຮັດໃຫ້ລະບົບນິເວດເທິງໜ້າດິນມີຄວາມອຸດົມສົມບູນ ເຮັດໃຫ້ພືດສາມາດດູດຊຶມສານອາຫານໄດ້ງ່າຍຊ່ວຍຫຼຸດການໃຊ້ປຸ໋ຍແລະສານເຄມີ. ນອກນັ້ນຍັງເປັນການກະຕຸ້ນການເກີດຮາກໃໝ່ໃຫ້ແກ່ພືດ ( ໂດຍສະເພາະຖຸລຽນ…

ອ່ານຕໍ່ >> Read more